-
ພິທີສະຫຼຸບສົກຮຽນ 2017-2018
-
ເຕັກນິກວິຊາຊີບແຂວງຊຽງຂວາງ ໄປທັດສະນະສຶກສາ ຢູ່ວິທະຍາໄລເຕັກນິກຫຼວງພະບາງ
-
ກອງປະຊຸມ ເຜີຍແຜ່ການນຳໃຊ້ຄູ່ມື ປະກັນຄຸນນະພາບ ອາຊີວະສຶກສາ ພາກເໝືອ
- 1. ທີ່ຕັ້ງ
- ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ: ຕັ້ງຢູ່ຖະໜົນເລກ 7 ທີ່ບ້ານລີ່ ເມືອງແປກ ແຂວງຊຽງຂວາງ, ຫ່າງຈາກໃຈກາງໂພນສະຫັວນ 4Km (ໂທລະສັບ/ແຟກ: 061 21329)
- ສະຖານທີ່ແຫ່ງນີ້ເບື້ອງຕົ້ນເປັນແຄມຂອງກຳມະກອນຈີນ ສຳລັບກໍ່ສ້າງທາງເລກ 7. ໂຮງຮຽນວິຊາຊີບແບບປະສົມໄດ້ສ້າງຕັ້ງຂຶ້ນ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີວ່າການກະຊວງສຶກສາທິການ ສະບັບເລກທີ 838/ສສ.ອສ.02. ລົງວັນທີ 5 ມິຖຸນາ
- ໄດ້ເປີດການຮຽນ-ການສອນຢ່າງເປັນທາງການ ເມື່ອວັນທີ 4 ພະຈິກ 2004
- ໃນວັນທີ 7 ກໍລະກົດ 2009 ໄດ້ປຽ່ນຊື່ມາເປັນ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ຈົນເຖິງປະຈຸບັນ. ໂດຍໄດ້ຮັບການຊ່ວຍເຫຼືອຈາກທະນາຄານພັດທະນາເຢຍລະມັນ ( KFW )
- ມາຮອດວັນທີ່ 28/1/2008 ເລີ່ມລົງມືກໍ່ສ້າງ ຊຶ່ງມີອາຄານທັງໝົດ18 ຫຼັງ, ມີລະບົບເສັ້ນທາງ, ລະບົບໄຟຟ້າ ແລະ ລະບົບນ້ຳໃຊ້ຄົບຊຸດ ໂດຍມີມູນຄ່າ 1,473,776$. ນອກຈາກນັ້ນ, ຍັງໄດ້ສະໜອງອຸປະກອນ, ເຄື່ອງຈັກ-ເຄື່ອງມື, ພາຫານະຄິດເປັນມູນຄ່າມູນຄ່າ 614,000 $. ລວມມູນຄ່າທີ່ KFW ຊ່ວຍເຫຼືອທັງໝົດ: 2,087,776 $
- ລັດຖະບານປະກອບສ່ວນ
- ຫ້ອງທົດລອງ, ກຳແພງ, ໄຟຟ້າ, ນ້ຳປະປາ ແລະ ເຟີນີເຈີ ມູນຄ່າ2 ຕື້ກວ່າກີບ
- ເປີດນຳໃຊ້ເປັນທາງການ ວັນທີ 17/1/2010.
- ດ້ານອາຄານສະຖານທີ່
- ເນື້ອທີ່ຂອງໂຮງຮຽນທັງໝົດປະມານ 4 ເຮັກຕາ
- ຈໍານວນອາຄານທັງໝົດ: 28 ຫຼັງ, ໃນນັ້ນມີອາຄານຮຽນຖາວອນ 3 ຫລັງ, ອາຄານຮຽນເຄິ່ງຖາວອນ 2 ຫລັງ,ໂຮງຊ່າງ 7 ຫຼັງ, ອາຄານຫໍພັກ 3 ຫລັງ, ຫໍອາຫານ 1 ຫຼັງ, ອາຄານເຝິກການໂຮງແຮມ 1 ຫຼັງ, ອາຄານຫ້ອງວິໄຈພະຍາດສັດ 1 ຫຼັງ, ອາຄານຫ້ອງນໍ້າ 3 ຫຼັງ, ປ້ອມຍາມ 1 ຫຼັງ, ເຮືອນຈອດລົດນັດຮຽນ 2 ຫຼັງ, ເຮືອນຄົວນັກຮຽນ 2 ຫຼັງ, ເຮືອນປູກຫັດ 1 ຫຼັງ ແລະ ເຮືອນລ້ຽງສັດ 1 ຫຼັງ. ນອກນັ້ນຍັງມີເນື້ອທີ່ສໍາລັບລ້ຽງສັດ7 ເຮັກຕາ ຕັ້ງຢູ່ບ້ານຍວນ, ເມືອງແປກ, ແຂວງຊຽງຂວາງ (ຫ່າງຈາກທີ່ນີ້ ປະມານ 6 ກິໂລແມັດ)