-
ຜູ້ທີ່ຮຽນຈົບສາຂາອາຊີບນີ້ ສາມາດ ປະກອບກິດຈະການ ຂອງຕົນເອງໄດ້ ແລະ ສາມາດສະມັກ ເປັນພະນັກງານ
ຢູ່ໃນສະຖານປະກອບການ ທີ່ກ່ຽວຂ້ອງ ເຊັ່ນ ຮ້ານອາຫານ, ເຮືອນພັກ ແລະ ໂຮງແຮມ ເປັນຕົ້ນ...
ວິຊາຮຽນທີ່ກ່ຽວຂ້ອງ:
- ຫຼັກສູດວິຊາຊີບຊັ້ນຕົ້ນລະດັບໜຶ່ງ ແມ່ນຫຼັກສູດວິຊາຊີບຂັ້ນພື້ນຖານ ປະກອບມີວິຊາຮຽນຄື: ການແຕ່ງອາຫານລາວ ເຊັ່ນ ເຮັດລາບປາຕອງ, ເຮັດກ້ອຍ, ເຮັດເອາະ, ເຮັດແກງໜໍ່ໄມ້... ການເຮັດເຂົ້າໜົມ ເຊັ່ນ ເຮັດເຂົ້າໜົມຕະໂກ້, ເຂົ້າໜົມສັງຂະຫຍາ ແລະ ອື່ນໆ...;
- ຫຼັກສູດວິຊາຊີບຊັ້ນຕົ້ນ ລະດັບສອງ ແມ່ນຫຼັກສູດວິຊາຊີບເຄິ່ງຊຳນານງານ ປະກອບມີວິຊາຮຽນຄື: ການຮັກສາຄວາມສະອາດໂພສະນາການ, ປຸງແຕ່ງອາຫານລາວ ເຊັ່ນ ເຮັດຍຳສະລັດລາວ, ຜັດເຜັດ, ໝົກປາ..., ປຸງແຕ່ງອາຫານສາກົນ ເຊັ່ນ ເຮັດສະເຕັກ, ແຊນວິດ, ຊູຊິ... ປຸງແຕ່ງປະເພດຂອງຫວານ ເຊັ່ນ ເຮັດນໍ້າຫວານບົວລອຍ, ວຸ້ນກະທິ, ເຂົາໜົມໜ້າແຕກ ແລະ ແກະສະລັກໝາກໄມ້ ເຊັ່ນ ລາຍໃບໄມ້, ລາຍດອກຄ່າ, ລາຍດອກກຸຫຼາບ ແລະ ອື່ນໆ...;
- ຫຼັກສູດວິຊາຊີບຊັ້ນຕົ້ນລະດັບສາມ ແມ່ນ ຫຼັກສູດວິຊາຊີບ ຊຳນານງານ (ກໍາລັງຢູ່ໃນການພັດທະນາຫຼັດສູດ)
- ຫຼັກສູດວິຊາຊີບຊັ້ນກາງ ລະດັບສີ່ ປະກອບດ້ວຍວິຊາຮຽນຄື: ທັກສະທຸລະກິດໃນໂຮງແຮມ, ຄວາມຮູ້ກ່ຽວກັບທຸລະກິດພື້ນຖານ, ທັກສະແບບມືອາຊີບ, ແກ້ໄຂບັນຫາ, ບໍລິການລູກຄ້າ, ພື້ນຖານກ່ຽວກັບການທ່ອງທ່ຽວ, ພາສາອັງກິດການໂຮງແຮມ ແລະ ທ່ອງທ່ຽວ, ບົດບາດຍິງ-ຊາຍ, ປຸງແຕ່ງອາຫານລາວ, ປຸງແຕ່ງອາຫານສາກົນ ,ປຸງແຕ່ງປະເພດຂອງຫວານ, ບໍລິການອາຫານ-ເຄື່ອງດຶ່ມ ເຊັ່ນ ນໍ້າປັ່ນໝາກໄມ້ ແລະ ອື່ນໆ...,
- ຫຼັກສູດວິຊາຊີບຊັ້ນສູງ ລະດັບຫ້າ ປະກອບດ້ວຍວິຊາຮຽນຄື: ການປຸງແຕ່ງອາຫານລາວ, ປຸງແຕ່ງອາຫານສາກົນ, ປຸງແຕ່ງປະເພດຂອງຫວານ, ປຸງແຕ່ງເຄື່ອງດຶ່ມ, ການບໍລິ ການອາຫານ-ເຄື່ອງດຶ່ມ ແລະ ແກະສະລັກ ອື່ນໆ...