ໃນຕອນເຊົ້າຂອງວັນທີ 26 ກັນຍາ 2017 ນີ້ ຄະນະທິມງານສັດຕະວະແພດສັດໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ໄດ້ຊ່ວຍທຳການຜ່າຕັດໃຫ້ໝາແມ່ທີ່ບໍ່ສາມາດເກີດລູກເອງໄດ້ ເນື່ອງຈາກວ່າໝາແມ່ໂຕດັ່ງກ່າວຕອນຍັງນ້ອຍຖືກລົດຢຽບສະໂພກສະນັ້ນ ຈິງເປັນສາເຫດທີ່ບໍ່ສາມາດ
ເກີດລູກໄດ້ເຊິ່ງໝາຕົວດັ່ງກ່າວແມ່ນ ນາງ ເຂັມພອນ ທີ່ຢູ່ ບ້ານໂພນສະຫວັນໄຕ້, ເມືອງແປກ, ແຂວງຊຽງຂວາງ, ໄດ້ນຳພາໝາຂອງຕົນເອງມາໃຫ້ທິມງານສັດຕະວະແພດສັດຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ກວດກາເບິ່ງອາການຕົວຈິງພົບວ່າໝາຕົວດັ່ງກ່າວແມ່ນຖືພາແທ້ແຕ່ບໍ່ສາ ມາດເກີດເອງໄດ້ສະນັ້ນ, ເຈົ້າຂອງຈິງຍິນຍອມໃຫ້ທິມງານວາງຢາສະຫຼົບແລ້ວຊ່ວຍທຳການຜ່າຕັດເອົາລູກໝາອອກມາການຜ່າຕັດແມ່ນນຳໂດຍ ອຈ ບົວເງິນ ຈັ້ງ, ອຈ ພົມມີ ອຸດົມພອນ ແລະ ນັກຮຽນເປັນຜູ້ຊ່ວຍອີກ 1 ຄົນທັງສອງຄົນແມ່ນວິຊາການດ້ານສັດຕະວະແພດສັດທີ່ຮຽນຈົບມາຈາກຕ່າງປະເທດ, ຜົນຂອງການຜ່າຕັດຄັ້ງນີ້ແມ່ນສາມາດນຳເອົາໝານ້ອຍທີ່ຢູ່ໃນທ້ອງແມ່ອອກມາໄດ້ທັງໝົດຈຳນວນ 9 ໂຕຍັງມີຊີວິດຢູ່ທັງໝົດ. ໃຊ້ເວລາ ທຳການຜ່າຕັດແມ່ນ 30 ກວ່ານາທີຈິງສຳເລັດ. ພາຍຫຼັງສຳເລັດແລ້ວເຈົ້າຂອງໝາຍກໍ່ໄດ້ສະແດງຄວາມດີໃຈ ແລະ ຂອບໃຈຢ່າງສູງມາຍັງທິມງານຄູ-ອາຈານທີ່ສາມາດນຳໃຊ້ຄວາມຮູ້ຄວາມສາມາດຂອງຕົນເຂົ້າໄນການຜ່າຕັດຄັ້ງນີ້ສຳເລັດໄປດ້ວຍດີສ່ວນແມ່ ແລະ ລູກໝາທັງ9ໂຕແມ່ນປອດໄພດີ.