ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍອາຊີວະສຶກສາສະບັບປັບປຸງ 2019 ໄດ້ຈັດຂື້ນໃນວັນທີ 1 ທັນວາ 2020 ຢູ່ທີຫ້ອງປະຊຸມ ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງຊຽງຂວາງ. ພາຍໄຕການເປັນປະທານ ແລະ ການເປີດກອງປະຊຸມຂອງ ທ່ານ ພອນແກ້ວ ຕົ້ນວໍລະຈິດ ຫົວໜ້າກົມໂຄສະນາ ແລະ ຕີຄວາມໝາຍກົດໝາຍແຫ່ງຊາດ ມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ມີບັນດາພະແນກການທີກ່ຽວຂ້ອງ ຂອງແຂວງພ້ອມດ້ວຍແຂກທີ່ຖຶກເຊີນເຂົ້າຮ່ວມ
ໃນກອງປະຊຸມ ທ່ານ ພອນແກ້ວ ຕົ້ນວໍລະຈິດ ແລະ ທ່ານ ໜູພັນ ອຸດສາ ໄດ້ຜັດປ່ຽນປະກອນຄໍາເຫັນເປັນຕົ້ນແມ່ນເນັ້ນສະມັດຕະພາບຈັດການຮຽນ-ການສອນໃຫ້ຖຶກຕ້ອງຕາມຄວາມອາດສາມາດ ການທົບສອບຕົວຈິງຂອງນັກຮຽນ ນັກສຶກສາ ໂດຍການປະຕິບັດຕົວຈິງຈາກສະຖາບັນຕ່າງໆ ສ້າງໃຫ້ນັກຮຽນ ນັກສຶກສາມີສ່ວນຮ່ວມ ຕໍ່ບັນດາໜ້າວຽກ ແລະ ລົງເລິກວິຊາສະເພາະໃຫ້ມີຄວາມພັດທະນາຕາມເທັກໂນໂລຢີທີທັນສະໄໝ ປັບປຸງໃຫ້ມີຄຸນນະພາບ ເພຶ່ອສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຈາກນັ້ນກອງປະຊຸມຍັງໄດ້ເຜີຍແຜ່ ກົດໝາຍວ່າດ້ວຍອາຊີວະສຶກສາສະບັບປັບປຸງ 2019 ຕາມຫຼັກສູດ ແມ່ນເອກະສານທີຖຶກກຳນົດເປົ້າໝາຍ,ໂຄ້ງສ້າງ,ເນື້ອໃນ ແລະ ວິທີການຈັດການຮຽນ-ການສອນທີ່ຖຶກເອົາຜູ້ຮຽນເປັນໃຈກາງ ດ້ວຍວັດຜົນ ຫຼື ການທົດສອບຄວາມສາມາດ ຂອງຜູ້ຮຽນຕາມສະພາບຕົວຈິງ ເພຶ່ອຮັບປະກັນຄວາມຮູ້, ຄວາມສາມາດ ວິໃນແຮງງານ ແລະ ຄຸນສົມບັດທີ່ສອດຄ້ອງກັບມາດຕະຖານອາຊີບ ເປັນຜູ້ສ້າງ, ພັດທະນາ ແລະ ປ່ຽນແປງ ຫຼັກສູດຕາມຫຼັກສະນະ ແລະ 5ຫຼັຫມູນການສຶກສາແຫ່ງຊາດໂດຍສອດຄ້ອງກັບມາດຕະຖານອາຊີບ, ມາດຕະຖານຫຼັກສູດ ແລະ ສະພາບຕົວຈິງຕາມແຜນພັດທະນາເສດທະກິດແຫ່ງຊາດ ມີລັກສະນະຕໍ່ເນື່ອງລະຫ່ວາງຊັ້ນຮຽນຕ່າງໆ ເຊີງສະແດງອອກເປັນປື້ມແບບຮຽນ ແລະ ປື້ມຄູມືທີມີລັກສະນະເຊື່ອມໂຍມກັບພາກພື້ນ ແລະ ສາກົນ ກ້ອງປະຊຸມໄດ້ດຳເນີນໄປເປັນເວລາໜື່ງ ແລະ ປິດລົງໃນວັນດຽວກັນ