ກອງປະຊຸມໃຫ່ຍສະໄໝທີ II ຂອງຮາກຖານກຳມະບານ ແລະ ສະໄໝທີ III ຂອງໜ່ວຍຊາວໝຸມໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ຈັດຂື້ນຕອນແລງວັນທີ 27 ທັນວາ 2019 ທີ່ຫ້ອງປະຊຸມຂອງໂຮງຮຽນ ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນຄົງ ດວງພະວັນ ເລຂາໜ່ວຍພັກ ຜູ່ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ມີສະຫາຍ ທອງສີ ພັນທະວົງ ປະທານສະຫະພັນກຳມະບານ ພະແນກສຶກສາທິການ ແລະ ກິລາ ແຂວງ ໃຫ້ກຽດຕ້ອນຮັບ ສະຫາຍ ທອງວິດາ ບຸນຈັນໄຊ ເລຂາຮາກຖານຊາວໝຸ່ມພະແນກສຶກສາທິການ ແລະ ກິລາ ແຂວງ ພ້ອມດ້ວຍສະມາຊິກ ກຳມະບານ, ຊາວໝຸ່ມ ແລະ ແຂກຖຶກເຊີນເຂົ້າຮ່ວມຕະຫຼອດຮອດຜູ່ແທນກອງປະຊຸມທຸກທົ່ວໜ້າ.
ກອງປະຊຸມໄດ້ຜ່ານບົດການຈັດຕັ້ງປະຕິບັດວຽກງານການຊີ້ນໍາ-ນຳພາ ສະໄໝທີ II ຂອງຮາກຖານກຳມະບານ ແລະ ສະໄໝທີ III ຂອງໜ່ວຍຊາວໝຸ່ມແຕ່ປີ (2016-2020) ຊຶ່ງໄດ້ຕີລາຄາຢ່າງພາວະວິໄສຕໍ່ການເຄື່ອນໄຫວພາຍໃນອົງການຈັກຕັ້ງມະຫາຊົນປະຕິບັດວຽກງານໃນໄລຍະ 5 ປີທີ່ຜ່ານມາ, ໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດ, ການປັບປຸງອົງການຈັດຕັ້ງກຳມະບານ, ຊາວໝຸ່ມ ໃຫ້ມີຄວາມເຕີບໃຫ່ຍຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ສ້າງສາພັດທະນາປະເທດຊາດ, ໂດຍສະເພາະແມ່ນການພັດທະນາການຮຽນ-ການສອນໃຫ້ດີຂື້ນເທື່ອລະກ້າວ, ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການໆຊີ້ນຳ-ນຳພາໄລຍະ 5 ປີຕໍ່ໜ້າ (ຊຸມປີ 2020-2024) ຄາດໝາຍສູ້ຊົນໃນແຕ່ລະດ້ານແຕ່ນີ້ ຫາ ກອງປະຊຸມໃຫ່ຍສະໄໝຕໍ່ໄປ, ພ້ອມທັງຊອກຫາວິທີທາງການເຄື່ອນໄຫວວຽກງານອົງການຈັດຕັ້ງມະຫາຊົນຕາມພາລະບົດບາດໜ້າທີ່, ຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານ ແລະ 4 ບຸນຂອງຊາວໝຸ່ມ, ສູ້ຊົນປັບປຸງອົງການຈັດຕັ້ງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຮັບປະກັນການເຄື່ອນໄຫວວຽກງານກຳມະບານ ແລະ ວຽກງານຊາວໝຸ່ມ ໃນໄລຍະໃໝ່ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ຜ່ານການຮັບຟັງບົດສໍາຫຼວດການນຳພາຂອງຄະນະຮາກຖານກຳມະບານ ແລະ ຄະນະໜ່ວຍຊາວໜຸ່ມໂຮງຮຽນ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງຕະຫຼອດ 5 ປີທີ່ຜ່ານມາ, ພ້ອມດຽວກັນນີ້ກອງປະຊຸມຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະຮາກຖານກໍາມະບານ ແລະ ຄະນະໜ່ວຍຊາວໜຸ່ມຊຸດໃໝ່ຜ່ານຜົນການປ່ອນບັດມີດັ່ງນີ້:
- ຄະນະຮາກຖານກຳມະບານປະກອບມີ 5 ສະຫາຍ, ຍີງ 2 ສະຫາຍ, ເລືອກໄດ້ ສະຫາຍ ເກາະສັກດາ ອິນປັນຍາ ເປັນປະທານຮາກຖານ ແລະ ເລືອກໄດ້ ສະຫາຍ ນາງ ດອນທິດາ ເທບພານິດ ເປັນຮອງປະທານ ທັງເປັນປະທານກວດກາ.
- ຄະນະໜ່ວຍຊາວໜຸ່ມປະກອບມີ 5 ສະຫາຍ ຍິງ 1 ສະຫາຍ, ເລືອກໄດ້ ສະຫາຍ ບຸນເຕັມ ພູມສຸກ ເປັນເລຂາໜ່ວຍ ແລະ ສະຫາຍ ຄໍາເພົາ ປັດຕະນະ ເປັນຮອງເລຂາ ທັງເປັນປະທານກວດກາ
ຕອນທ້າຍຂອງກອງປະຊຸມ ເປັນກຽດຢ່າງສູງໄດ້ຮັບຟັງການປະກອບຄໍາຄິດເຫັນໂອ້ລົມຂອງ ສະຫາຍ ບຸນຄົງ ດວງພະວັນ ເລກຂາໜ່ວຍພັກໂຮງຮຽນ, ເຊິ່ງຄໍາເຫັນດັ່ງກ່າວໄດ້ເປັນເຂັມຊີ້ທິດເຍືອງທາງທີ່ລໍ້າຄ່າ, ເປັນບ່ອນອີງໜັກແໜ້ນໃຫ້ແກ່ອົງການຈັດຕັ້ງມະຫາຊົນ, ເພື່ອນໍາໄປຈັດຕັ້ງປະຕິບັດເຄື່ອນໄຫວວຽກງານໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ ກອງປະຊຸມໄດ້ປິດລົງໄນຕອນແລງຂອງວັນດຽວກັນດ້ວຍຜົນສໍາເລັດອັນຈົບງາມ