ການປິດຊຸດອົບຮົມໄລຍະສັ້ນ ກ່ຽວກັບຊ່າງຕິດຕັ້ງໄຟຟ້າໃນອາຄານ ເຊິ່ງຈັດໂດຍ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຊຽງຂວາງ ມີຂຶ້ນໃນຕອນບ່າຍຂອງວັນທີ 17 ກໍລະກົດ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງ ໃຫ້ກຽດເປັນປະທານກ່າວປິດໂດຍ ທ່ານ ວິລະພົງ ກຸທາວົງໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຜູ່ຊີ້ນໍາວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານ,ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຄົງ ດວງພະວັນ ອຳນວຍການໂຮງຮຽນ, ມີວິທະຍາກອນຄູສອນຈາກສາຂາໄຟຟ້າ-ເຕັກນິກ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ແລະ ສໍາມະນາກອນຈາກ 7 ເມືອງເປົ້າໝາຍໂດຍສະເພາະແມ່ນໄວໜຸ່ມ, ຊາວໜຸ່ມຜູ່ທີ່ດ້ອຍໂອກາດ ແລະ ຫວ່າງງານເຂົ້າຮ່ວມ 27 ກວ່າຄົນ.
ການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບທຶນສະໜັບສະໜູນຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຜ່ານຈາກການຝຶກອົບຮົມໄດ້ສົ່ງຜົນດີໃຫ້ແກ່ສໍາມະນາກອນເຂົ້າຮ່ວມ ເພາະເຂົາເຈົ້າໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບເຕັກນິກຂັ້ນຕອນ ວິທີການທີ່ຖືກຕ້ອງກ່ຽວກັບການເດີນສາຍ, ຕີກີບ, ການປະກອບກະດານໄຟ, ການຕໍ່ສາຍໄຟ ແລະ ການກວດສອບໄຟຟ້າ.ຜ່ານການຝຶກອົບຮົມເຫັນວ່ານັກສໍາມະນາກອນແມ່ນມີຄວາມຮູ້ເຂົ້າໃຈໄດ້ຫຼາຍເຊິ່ງສະແດງອອກປະເພດດີຫຼາຍ 6 ຄົນ, ດີ 17ຄົນ ແລະ ພໍໃຊ້ໄດ້ 4 ຄົນ. ຫຼັງຈາກສຳເລັດການຝຶກອົບຮົມແລ້ວ ຜູ່ເຂົ້າຮ່ວມແມ່ນຈະສາມາດນຳເອົາຄວາມຮູ້ທີ່ຝຶກມາໄປຈັດຕັ້ງຜັນຂະຫຍາຍຢູ່ຕາມທ້ອງຖິ່ນຂອງໃຜລາວ ພ້ອມທັງຫາລາຍໄດ້ໃຫ້ກັບຕົນເອງກໍ່ຄືຄອບຄົວໄດ້ອີກ. ຈາກນັ້ນ ທ່ານ ວິລະພົງ ກຸທາວົງໄຊ ປະທານກອງປະຊຸມ ກໍ່ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນໃຫ້ນັກສໍາມະນາກອນທັງໝົດໂອກາດນີ້ ທ່ານ ບຸນຄົງ ດວງພະວັນກໍ່ໄດ້ຂຶ້ນມີຄຳຄິດເຫັນຕໍ່ພິທີເຊິ່ງທ່ານໄດ້ເນັ້ນໃຫ້ນັກສໍາມະນາກອນທຸກຄົນຈົ່ງພ້ອມກັນນໍາເອົາບົດຮຽນທີ່ຮຽນມາໄປໝູນໃຊ້ໄນຊີວິດປະຈໍາວັນໃຫ້ເກີດປະໂຫຍດສູງສຸດ.
ຕອນທ້າຍພິທີ ທ່ານ ວິລະພົງ ກຸທາວົງໄຊ ປະທານກອງປະຊຸມ ໄດ້ກ່າວສະແດງຄວາມຂອບໃຈມາຍັງຄູຝຶກຈາກໂຮງຮຽນເຕັກນິກ-ວິຊາຊີບ ທີໄດ້ເອົາໃຈໃສ່ໃຫ້ການຮ່ວມມືໃນການສິດສອນ, ສົ່ງຄວາມຮູ້ໃຫ້ແກ່ສຳມະນາກອນຢ່າງເຕັມເມັດເຕັມໜ່ວຍ, ຂອບໃຈມາຍັງສໍາມະນາກອນທຸກຄົນທີ່ໄດ້ພ້ອມກັນຕັ້ງອົກຕັ້ງໃຈເຂົ້າຮ່ວມອົບຮົມແຕ່ຕົ້ນຈົນຈົບ, ເຊື່ອໝັ້ນວ່າທຸກຄົນຈະນຳເອົາຄວາມຮູ້ທີ່ໄດ້ຮຽນມາ ໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ.
ການຝຶກອົບຮົມໃຊ້ເວລາທັງໝົດ 5 ວັນ ເລີ່ມແຕ່ວັນທີ 13 ກໍລະກົດ ຈົນຮອດວັນທີ 17 ກໍລະກົດ 2020 ຈິ່ງສໍາເລັດ.