ຕອນເຊົ້າຂອງວັນທີ 28 ມັງກອນ 2021 ທີ່ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງຊຽງຂວາງ ໄດ້ຈັດພິທີປິດກອງປະຊຸມການແລກປ່ຽນບົດຮຽນ ແລະ ວາງແຜນກິດຈະກໍາປີ 2021 ກ່ຽວກັບການຈັດຕັ້ງປະບັດວຽກງານການຝຶກອົບຮົມວິຊາຊີບຊັ້ນຕົ້ນລະດັບ1 (C1) ໂດຍການເປັນປະທານກ່າວປິດຂອງ ທ່ານ ສາຍຄໍາ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ມີຄະນະອໍານວຍການ ວິທະຍາໄລ ແລະ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມເຂົ້າຮ່ວມ 30 ກວ່າຄົນ
ກອງປະຊຸມດັ່ງກ່າວແມ່ນເລີມມາແຕ່ວັນທີ 27 ມັງກອນເປັນຕົ້ນມາ ທີ່ສະໂມສອນວິທະຍາໄລເຕັກນິກ-ວິຊາຊີບແບບບປະສົມ ແຂວງຊຽງຂວາງ. ກອງປະຊຸມຄັ້ງນີ້ແມ່ນຈັດຂຶ້ນໂດຍໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ວີແທ້ດ (VTESS) ປະຈໍານະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມຈາກ 5 ສະຖານການສຶກສາທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການດັ່ງກ່າວຄື: ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຄໍາມ່ວນ, ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງ, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ. ໃນກອງປະຊຸມແມ່ນໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດການຝຶກອົບຮົມວິຊາຊີບຊັ້ນຕົ້ນລະດັບ 1 (C1) ພ້ອມທັງຜ່ານທິດທາງແຜນການຈັດຕັ້ງປະຕິບັດວຽກງານປີ 2021 ຂອງແຕ່ລະສະຖານການສຶກສາ ຈາກນັ້ນກອງປະຊຸມກໍ່ໄດ້ແບ່ງກຸ່ມ ອອກເປັນ 5 ກຸ່ມເພື່ອຄົ້ນຄ້ວາ ປຶກສາຫາລືວຽກງານພ້ອມທັງວາງແຜນການປະຕິບັດກ່ຽວກັບການຮັບເອົານັກຮຽນຊຸດໃໝ່ໃນປີ 2021 ຈາກນັ້ນຕາງໜ້າແຕ່ລະກຸ່ມກໍ່ໄດ້ຂຶ້ນນໍາສະເໜີແຜນວຽກຂອງແຕ່ລະກຸ່ມຕໍ່ທີ່ປະຊຸມພ້ອມທັງເປີດໂອກາດແກ່ຜູ້ເຂົ້່ຮ່ວມປະກອບຄໍາຄິດເຫັນແລກປ່ຽນບົດຮຽນໃສ່ບົດສະຫຼຸບ ແລະ ແຜນການຂອງແຕ່ລະພາກສ່ວນຢ່າງກົງໄປກົງມາຈົນເຮັດໄຫ້ກອງປະຊຸມດໍາເນີນໄປມີບັນຍາກາດຟົດຟື້ນເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ແລະ ມີຜົນສໍາເລັດຈົບງາມ.
ໂດຍ: ນັກຂ່າວວິທະຍາໄລເຕັກນິກ-ວິຊາຊີບ