ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 17 ກຸມພາ 2021 ທີ່ ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງ ໂດຍການເປັນປະທານຂອງ ທ່ານ ສຸພັດ ຄ່າຍຄໍາ ຄະນະອໍານວຍການວິທະຍາໄລ ມີວິທະຍາກອນຈາກສະຖາບັນພັດທະນາຄູອາຊີວະສຶກສາ ເຂົ້າຮ່ວມ 2 ທ່ານ ພ້ອມດ້ວຍຄູ-ອາຈານ ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມ ແລະ ສໍາມະນາກອນຈາກສະຖານປະກອບການພາຍໃນແຂວງ ເຂົ້າຮ່ວມ.
ໃນພິທີ ທ່ານ ສຸພັດ ຄ່າຍຄໍາ ຄະນະອໍານວຍການວິທະຍາໄລ ໄດ້ຂື້ນມີຄໍາຄິດເຫັນ ແລະ ກ່າວເປີດພິທີຢ່າງເປັນທາງການເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ໂຄງການທີ່ເຫັນໄດ້ຄວາມສໍາຄັນໃນການຝຶກວິຊາຄູໃຫ້ແກ່ ຄູຝຶກໃນສະຖານປະກອບການ ນອນນັ້ນທ່ານຍັງໄດ້ຮຽກຮ້ອງມາຍັງວິທະຍາກອນ ພ້ອມດ້ວຍສໍາມະນາກອນທຸກຄົນຈົ່ງພ້ອມກັນເອົາໃຈໃສ່ຕັ້ງໜ້າຕໍ່ການຝຶກອົບຮົມຄັ້ງນີ້ເຮັດແນວໃດເພື່ອໃຫ້ໄດ້ຮັບຜົນທີ່ດີ ແລະ ການຝຶກອົບຮົມຄັ້ງນີ້ໂດຍໄດ້ຮັບທຶນສະໜັບສະໜູນງົບປະມານທັງໝົດຈາກໂຄງການ ( VEFF ) ແລະ ໂຄງການທັກສະທາງດ້ານການທ່ອງທ່ຽວ ແລະ ໂຮງແຮມ ( LAO/029 )
ການຝຶກນີ້ກໍ່ເພື່ອເສີມຂະຫຍາຍຄວາມຮູ້ ໃນການພັດທະນາການສອນຂອງຄູຝຶກໃນສະຖານປະກອບການ ແລະ ຮູ້ຄັດເລືອກ ນໍາໃຊ້ວິທີການຮຽນ-ການສອນ ເພື່ອຝຶກປະຕິບັດຜູ້ຮຽນວິຊາຊີບໃຫ້ມີຄວາມຮູ້,ຄວາມສາມາດ,ປະສົບການ, ກະກຽມ ວິທີປະເມີນປະສິດທິພາບຜູ້ຮຽນວິຊາຊີບ ທີ່ຝຶກປະຕິບັດໃນສະຖານປະກອບການ,ນໍາໃຊ້ລະບຽບການ ດ້ານຄວາມປອດໄພ,ການຮັກສາອະນາໄມ ແລະ ສະພາບແວດລ້ອມ ເພື່ອໃຫ້ແທກເໝາະກັບຄວາມຕ້ອງການຂອງສະຖານປະກອບການສໍາລັບການຝຶກອົບຮົມຄັ້ງນີ້ແມ່ນໃຊ້ເວລາ 3 ວັນຈິ່ງຈະສໍາເລັດ.
ໂດຍ :ນັກຂ່າວວິທະຍາໄລເຕັກນິກ-ວິຊາຊີບ