ໃນຕອນເຊົ້າຂອງວັນທີ 09 ມັງກອນ 2020 ທີມງານຈາກອົງການກາແແດງລາວ ສາຂາແຂວງຊຽງຂວາງໄດ້ລົງເຄື່ອນໄຫວຂໍຮັບບໍລິຈາກເລືອດ ທີ່ຫ້ອງຮຽນຕຶກສັດຕະວະແພດໂຮງຮຽນເຕັກນິກ-ວິຊາຊີບ ໂດຍການນໍາພາທີມງານຂອງທ່ານ: ໄຊສົມພອນ ທະວີວົງ ຮອງຫົວໜ້າອົງການກາແດງສາຂາແຂວງຊຽງຂວາງ ການສົ່ງຮັບບໍລິຈາກຄັ້ງນີ້ເປັນຄັ້ງທໍາອິດຂອງແຜນການປະຈໍາປີ 2020 ຕາມແຜນການຂອງອົງການກາແດງແລ້ວຈະໄດ້ລົງຂໍຮັບບໍລິຈາກເລືອດນໍາໂຮງຮຽນທັງໝົດ 2 ຄັ້ງ ຄາດໝາຍໃຫ້ໄດ້ເລືອດ 60 ຖົງ.ໃນພິທີທ່ານ: ໄຊສົມພອນ ທະວີວົງໄດ້ເຜີຍແຜ່ ແລະ ນໍາສະເໜີຜົນດີຂອງການບໍລິຈາກເລຶອດເພື່ອນໍາໄປປີ່ນປົວຄົນເຈັບຜູ້ທີ່ມີຄວາມຕ້ອງການເລືອດໂດຍສະເພາະແລ້ວແມ່ນຜູ່ປະສົມອຸປະຕິເຫດຕ່າງໆ ພ້ອມທັງແມ່ຍີງຜູ່ທີ່ເກີດລູກໃໝ່ ແລະ ເດັກນ້ອຍ ຄົນເຈັບຈໍານວນນີ້ແມ່ນ ມີຄວາມຕ້ອງການຫຼາຍ ໃນການຮັບບໍລິຈາກຄັ້ງນີ້ ມີຜູ່ສະໝັກໃຈເຂົ້າຮ່ວມບໍລິຈາກແມ່ນ 65 ກວ່າຄົນຜ່ານການສະໝັກໃຈ ແລະ ກວດສຸກຂະພາບຂອງນັກຮຽນຜູ້ສະໝັກທີ່ສາມາດບໍລິຈາກໄດ້ແມ່ນຜູ້ທີ່ຜ່ານການກວດຈາກທີມງານແລ້ວແມ່ນສາມາດເອົາເລືອດອອກຕົວຈິງໄດ້ທັງໝົດ 39 ຄົນ, ຍິງ 6 ຄົນ ເຊີ່ງຖືວ່າເກີນຄາດໝາຍທີ່ວາງໄວ້ ມາຕອນທ້າຍ ທ່ານ ໄຊສົມພອນ ທະວີວົງ ຍັງໄດ້ມອບໃບຍ້ອງຍໍ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ ພ້ອມດ້ວຍຄູອາຈານຂອງໂຮງຮຽນທີ່ເອົາໃຈໃສ່ຊຸກຍູ້ສົ່ງເສີມປຸກລະດົມໃຫ້ນັກຮຽນມີນໍ້າໃຈຊ່ວຍບໍລິຈາດເລືອດໃນຄັ້ງນີ້ ພ້ອມທັງກ່າວສະແດງຄວາມຂອບໃຈຕໍ່ຜູ້ີບໍລິຈາກເລຶອດໃນຄັ້ງນີ້ຕື່ມອີກ.