ພິທີດັ່ງກ່າວໄດ້ຈັດຂຶ້ນໄນວັນທີ 29 ມັງກອນ 2021 ທີ່ສະໂມສອນວິທະຍາໄລເຕັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສາຍຄໍາ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ຄູ-ອາຈານ,ຜູ່ຕາງໜ້າໂຄງການຝຶກອົບຮົມວິຊາຊີບ ການມີວຽກເຮັດງານທຳ ( VTESS ) ແລະ ນັກຮຽນທີ່ຮຽນຈົບຫຼັກສູດດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ
ໄນພິທີດັ່ງກ່າວ ທ່ານ ສຸພັດ ຄ່າຍຄໍາ ຮອງຜູ່ອຳນວຍການວິທະຍາໄລໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການກໍ່ສ້າງນັກຮຽນທີ່ຮຽນຈົບຫຼັກສູດວິຊາຊີບ ຊຸດທີ I ປີ 2021 ປະກອບມີ 5 ພະແນກວິຊາຮຽນຄື:
ພະແນກ ປູກຝັງ-ວິໃຈດິນ, ພະແນກ ລ້ຽງສັດການປະມົງ , ພະແນກ ຊ່າງໄມ້ເຟີນິເຈີ ,ພະແນກປຸງແຕ່ງອາຫານ ແລະ ພະແນກ ຕັດຫຍິບ ເຊິ່ງລວມມີນັກຮຽນທີ່ຮຽນຈົບທັງໝົດ 81 ຄົນ ຍິງ 37 ຄົນ. ຜ່ານການຈັດຕັ້ງປະຕິບັດການຮຽນການສອນໃນໄລຍະເວລາ 4 ເດືອນຜ່ານມາສາມາດສະຫຼຸບຜົນການຮຽນປະກອບມີ 2 ປະເພດໄດ້ແກ່ ປະເພດ ດີເລີດ ແລະ ປະເພດດີ. ຈາກນັ້ນ ທ່ານ ສາຍຄໍາ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ໃຫ້ກຽດຂຶ້ນມອບໃບປະກາສະນີຍະບັດໃຫ້ນັກຮຽນທີ່ຮຽນຈົບຫຼັກສູດດັ່ງກ່າວ ພ້ອມທັງມີຄຳຄິດເຫັນໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະອຳນວຍການພ້ອມດ້ວຍຄູ-ອາຈານທີ່ໄດ້ພ້ອມກັນເອົາໄຈໃສ່ຕັ້ງໜ້າສິດສອນນັກຮຽນໃນ 5 ພະແນກວິຊາຈົນມີຜົນສຳເລັດ ແລະ ສະແດງຄວາມຍິນດີກັບນັກຮຽນທີ່ຮຽນຈົບໄນຄັ້ງນີ້ ທ່ານຍັງໄດ້ເນັ້ນຕື່ມອີກວ່າເຮັດແນວໃດພາຍຫຼັງຈົບໄປແລ້ວທຸກຄົນຈົ່ງພ້ອມກັນນຳເອົາຄວາມຮູ້ຄວາມສາມາດທີ່ໄດ້ຮຽນມານັ້ນໄປຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້ຮັບຜົນສຳເລັດພ້ອມທັງປະກອບອາຊີບເພື່ອຫາລ້ຽງຊີບ ເຮັດແນວໃດເພື່ອໄຫ້ຊີວິດການເປັນຢູ່ຄ່ອຍໆດີຂຶ້ນເທື່ອລະກ້າວ ປະກອບສ່ວນເຂົ້າໄນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ ພິທີດັ່ງກ່າວໄດ້ສຳເລັດລົງໃນຕອນເຊົ້າຂອງວັນດຽດກັນ.
(ພາບ-ຂ່າວ: ນັກຂ່າວໂຮງຮຽນເຕັກນິກ-ວິຊາຊີບ.)