ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2020 ທີ່ສະໂມສອນໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄົງ ດວງພະວັນ ຜູ່ອຳນວຍການໂຮງຮຽນ, ມີຄະນະອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນທີ່ຮຽນຈົບຫຼັກສູດດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ ໃນພິທີດັ່ງກ່າວ ທ່ານ ນ ສີອຳພອນ ສົມຟອງບຸດຕະຂັນ ຫົວໜ້າພະແນກວິຊາການໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບລາຍງານການກໍ່ສ້າງນັກຮຽນທີ່ຮຽນຈົບຫຼັກສູດວິຊາຊີບລະດັບ 1 (ຊັ້ນຕົ້ນ) ລຸ້ນທີ 9 ປະກອບມີ 2 ສາຂາວິຊາຮຽນຄື: ສາຂາ ປຸງການແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ແລະ ສາຂາ ຕັດຫຍິບ ເຊິ່ງມີນັກຮຽນທີ່ຮຽນຈົບທັງໝົດ 41 ຄົນ. ຍິງ 40 ຄົນ ຜ່ານການຈັດຕັ້ງປະຕິບັດການຮຽນການສອນໃນໄລຍະເວລາ 4 ເດືອນສາມາດສະຫຼຸບຜົນການຮຽນໄດ້ປະເພດ ປະເພດ ດີຫຼາຍ 5 ຄົນ, ດີ 30 ຄົນ ແລະ ດີພໍໃຊ້ 6 ຄົນ. ຈາກນັ້ນທ່ານ ບຸນຄົງ ດວງພະວັນ ຜູ່ອຳນວຍການໂຮງຮຽນກໍ່ໄດ້ໃຫ້ກຽດຂຶ້ນມີຄຳຄິດເຫັນໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງກ່ອນອື່ນໝົດທ່ານໄດ້ແນະນໍາແກ່ນັກຮຽນໃຫ້ເຫັນໄດ້ຄວາມສໍາຄັນຂອງການຮຽນວິຊາຊີບ ພ້ອມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະອຳນວຍການພ້ອມດ້ວຍຄູ-ອາຈານທີ່ໄດ້ພ້ອມກັນເອົາໃຈໃສ່ຕັ້ງໜ້າສິດສອນນັກຮຽນໄນ 4 ສາຂາຈົນມີຜົນສຳເລັດ ແລະ ສະແດງຄວາມຍິນດີກັບນັກຮຽນທີ່ຮຽນຈົບໃນຄັ້ງນີ້ ທ່ານຍັງໄດ້ເນັ້ນຕື່ມອີກວ່າເຮັດແນວໃດພາຍຫຼັງຈົບໄປແລ້ວທຸກຄົນຈົ່ງພ້ອມກັນນຳເອົາວິຊາຊີບທີ່ໄດ້ຮຽນມານັ້ນໄປຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ໄດ້ຮັບຜົນສຳເລັດພ້ອມທັງປະກອບອາຊີບເພື່ອຫາລ້ຽງຊີບ ເພື່ອເຮັດໃຫ້ຊີວິດການເປັນຢູ່ຄ່ອຍໆດີຂຶ້ນເທື່ອລະກ້າວ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ ພິທີດັ່ງກ່າວໄດ້ສຳເລັດລົງໃນຕອນແລງຂອງວັນດຽດກັນ.